ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ຕາງໜ້າ​ກຸ່ມ 77 ປະເທດ​ຮຽກຮ້ອງ​ໃຫ້​ປົກ​ປ້ອງ​ສິດ​ຂອງ​ຜູ້​ອາຍຸ​ສູງ

     ສຳນັກ​ຂ່າວສານ​ຊິນ​ຮວາ ເຜີຍແຜ່​ວັນ​ທີ 4 ຕຸລາ ນີ້​ວ່າ: ຈີນ​ໄດ້​ຕາງໜ້າ​ໃຫ້​ເກືອບ 80 ປະເທດ​ກ່າວ​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸມ ຄັ້ງ​ທີ 54
ຂອງ​ສະພາ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ເມື່ອ​ວັນ​ທີ 4 ຕຸລາ 2023, ທ່ານ ເສີນ​ຊິ້ວ ຜູ້ຕາງໜ້າ​ຖາວອນ​ຈີນ ປະຈຳ​ອົງການ​ສະຫະ
​ປະຊາ​ຊາດ​ທີ່​ນະຄອນ​ເຊີ​ແນວ ແລະ ອົງ​ການຈັດຕັ້ງ​ສາກົນ​ອື່ນໆ ​ຢູ່​ປະເທດ​ສະ​ວິດ ໄດ້​ຮຽກຮ້ອງ​ໃຫ້​ປັບປຸງ​ການ​ປະກັນ​ສັງຄົມ​ໃຫ້​ສົມບູນ, ສົ່ງເສີມ
​ສິດ​ຂອງ​ຜູ້​ອາຍຸ​ສູງ, ເພື່ອ​ເຮັດ​ໃຫ້​ຜູ້​ອາຍຸ​ສູງ​ທັງ​ໝົດ​ລ້ວນ​ແຕ່​ມີ​ໄວ​ຊະລາ​ທີ່​ມີ​ຄວາມສຸກ ແລະ ມິ​ພາລະ​ນາ​ໄມ​ສົມບູນ.

     ທ່ານ ເສີນ​ຊິ້ວ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັບ​ຂະ​ບວນ​ການ​ປະຊາກອນ​ທີ່​ເຂົ້າ​ສູ່​ໄວ​ຊະລາ​ເລັ່ງ​ຂະຫຍາຍຕົວ​ໃນ​ທົ່ວ​ໂລກ, ເຮັດ​ໃຫ້​ບັນຫາ​ຕ່າງໆ​ນັບ​
ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນເປັນຕົ້ນ ຄວາມ​ຍືນ​ຍົງ​ຂອງ​ການ​ປະກັນ​ສັງຄົມ​ບໍ່​ພຽງພໍ, ການ​ບໍລິການ​ລ້ຽງ​ດູ​ຍາມ​ຊະລາ​ຂອງ​ເຂດ​ແຄວ້ນ​ຕ່າງໆ​ບໍ່​ກ້ຳ​ເກິ່ງ​ກັນ ແລະ
ຜູ້​ອາຍຸ​ສູງ​ຖືກ​ຈຳແນກ ແລະ ອື່ນໆ, ສະນັ້ນ, ເຮັດ​ແນວໃດ​ຈຶ່ງ​ຈະ​ສາມາດ​ປັບປຸງ​ການ​ປະກັນ​ສັງຄົມ​ໃຫ້​ສົມບູນ ແລະ ເຮັດ​ແນວໃດ​ຈຶ່ງ​ຈະ​ສາມາດ​ຊຸກ
ຍູ້ ແລະ ປົກ​ປ້ອງ​ສິດ​ຂອງ​ຜູ້​ອາຍຸ​ສູງ​ນັ້ນ​ຈຶ່ງ​ໄດ້​ກາຍເປັນ​ຫົວຂໍ້​ອັນ​ສຳຄັນ​ທີ່​ປະເທດ​ຕ່າງໆ​ຕ້ອງການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ.

     ທ່ານ ເສີນ​ຊິ້ວ ຍັງ​ໄດ້​ມີ​ຂໍ້​ສະເໜີ 3 ຂໍ້​ຄື: ໜຶ່ງ. ປັບປຸງ​ລະບົບ​ປະກັນ​ສັງຄົມ​ໃຫ້​ສົມບູນ​ເພື່ອ​ຮັບ​ມື​ກັບ​ບັນຫາ​ປະຊາກອນ​ທີ່​ເຂົ້າ​ສູ່​ໄວ​ຊະລາ​ຢ່າງ​
ຕັ້ງໜ້າ, ສອງ. ປັບປຸງ​ລະບົບ​ບໍລິການ​ລ້ຽງ​ດູ​ຍາມ​ຊະລາ​ໃຫ້​ສົມບູນ​ເພື່ອ​ເຮັດ​ໃຫ້​ຜູ້​ອາຍຸ​ສູງ​ຮູ້ສຶກ​ໄດ້​ຮັບ​ຜົນ​ປະໂຫຍດ, ມີ​ຄວາມສຸກ, ຄວາມ​ປອດ​
ໄພ ແລະ ມີ​ຄວາມ​ເພິ່ງ​ພໍໃຈ​ໃຫ້​ຫຼາຍ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສາມ. ຊຸກຍູ້​ການ​ສ້າງ​ສິ່ງ​ກໍ່ສ້າງ​ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ອາຍຸ​ສູງ​ເພື່ອ​ສົ່ງເສີມ ແລະ
ປົກ​ປ້ອງ​ສິດ​ຕ່າງໆ​ຂອງ​ຜູ້​ອາຍຸ​ສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/10/2023